ການ ມອບ-ຮັບ ຊ່ວງແລວທາງ ຂອງໂຄງການທາງດ່ວນ ວຽງຈັນ-ປາກເຊ ໃຫ້ແກ່ ບໍລິສັດພູສີ ກໍ່ສ້າງ ແລະ ພັດທະນາ ມະຫາຊົນ

ໃນວັນທີ 29 ມັງກອນ 2018 ທີ່ຫ້ອງປະຊຸມຂອງກະຊວງແຜນການ ແລະ ການລົງທືນ, ຕ່າງໜ້າໃຫ້ແກ່ລັດຖະບານ ສປປ ລາວໄດ້ມອບ-ຮັບ ຂໍ້ຕົກລົງຂອງລັດຖະມົນຕີ ສໍາລັບຊ່ວງແລວທາງ ໃຫ້ 4 ບໍລິສັດ ທີ່ຜ່ານການປະມູນ ແລະ ຄັດເລືອກ ໃນນັ້ນລວມມີ ບໍລິສັດພູສີ ກໍ່ສ້າງ ແລະ ພັດທະນາ ມະຫາຊົນ ເພື່ອດໍາເນີນ
ການສໍາຫຼວດ ແລະ ສ້າງບົດວິພາກເສດຖະກິດເຕັກນິກ ຕໍ່ໂຄງການທາງດ່ວນວຽງຈັນ-ປາກເຊ.
ໃນວາລະອັນໃກ້ນີ້ ບໍລິສັດພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ ຈະສູ້ຊົນເອົາໃຈໃສ່ແຜນການຈັດຕັ້ງປະຕິບັດວຽກງານບຸລິມະສິດ ໃນຕໍ່ໜາ້ ດັ່ງນີ້:
1). ປະສານງານ-ສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອດໍາເນີນລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ຕ່າງໜ້າລັດຖະບານ ແລະ ບໍລິສັດພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ;
2). ເລີ່ມຕົ້ນດໍາເນີນການສໍາຫຼວດທາງດ້ານເຕັກນິກ ໃນຊ້ວງແລວທາງ ທີ່ບໍລິສັດຮັບຜິດຊອບ;
3). ຫຼັງຈາກຜົນສໍາເລັດຜົນການສໍາຫຼວດ ແລະ ບໍລິສັດຈະຍື່ນບົດວິພາກເສດຖະກິດເຕັກນິກ ໃຫ້ລັດຖະບານ ເພື່ອຢັ້ງຢືນ ແລະ ສືບຕໍ່ຮ່າງເຊັນສັນຍາກັບລັດຖະບານ.
ບໍລິສັດພູສີ ກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ຜູ້ນໍາທາງດ້ານການກໍ່ສ້າງພື້ນຖານໂຄງລ່າງ ໃນ ສປປລາວ ມີຄວາມຍິນດີຕໍ່ພະລາໜ້າທີ່ໆຖືກມອບໝາຍຈາກລັດຖະບານແຫ່ງ ສປປ ລາວ ແລະ ຈະປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ.